ນະໂຍບາຍຄວາມເປັນສ່ວນຕົວ
ປັບປຸງລ່າສຸດ: 13/11/2026
ນະໂຍບາຍນີ້ອະທິບາຍວ່າ MeeQbit ເກັບຂໍ້ມູນຫຍັງແດ່ ໃນ Virtual AI Office, ໃຊ້ເພື່ອຫຍັງ, ເກັບໄວ້ດົນປານໃດ ແລະ ທ່ານມີສິດຫຍັງແດ່.
1. ຂໍ້ມູນທີ່ເກັບ
- ບັນຊີ: ຊື່, ອີເມວ, ພະແນກ, ບົດບາດ ແລະ ລະຫັດຜ່ານ (ເກັບແບບເຂົ້າລະຫັດທາງດຽວ, ບໍ່ມີໃຜອ່ານໄດ້).
- ຂໍ້ມູນການເຮັດວຽກ: ຄຳຮ້ອງ, ໄຟລ໌ແນບ, ຄັງຄວາມຮູ້, ການອະນຸມັດ ແລະ ລາຍງານ ທີ່ບໍລິສັດໃສ່ໃນລະບົບ.
- Facebook / TikTok (ຖ້າເຊື່ອມ): ຂໍ້ຄວາມ, ຄອມເມັນ ແລະ ຂໍ້ມູນເພຈ ທີ່ຈຳເປັນເພື່ອຕອບລູກຄ້າ.
- ຂໍ້ມູນທາງເຕັກນິກ: IP, ປະເພດອຸປະກອນ ແລະ browser, ການເຂົ້າລະບົບ ແລະ ບັນທຶກການກະທຳ (ໃຜເຮັດຫຍັງ ເວລາໃດ).
- ການເງິນ: ໃບແຈ້ງໜີ້, ການຈ່າຍເງິນ ແລະ ສະລິບການໂອນ.
2. ໃຊ້ຂໍ້ມູນເພື່ອຫຍັງ
- ເພື່ອໃຫ້ບໍລິການ: ຈັດສົ່ງ ແລະ ຕອບຄຳຮ້ອງ, ສະແດງລາຍງານ, ແຈ້ງເຕືອນ.
- ເພື່ອຄວາມປອດໄພ: ປ້ອງກັນການເດົາລະຫັດຜ່ານ, ກວດການໃຊ້ທີ່ຜິດປົກກະຕິ, ສືບຫາບັນຫາ.
- ເພື່ອເກັບຄ່າບໍລິການ ແລະ ຕິດຕໍ່ຜູ້ດູແລລະບົບຂອງບໍລິສັດ.
- ພວກເຮົາບໍ່ຂາຍຂໍ້ມູນ, ບໍ່ໃຊ້ເພື່ອໂຄສະນາ ແລະ ບໍ່ໃຊ້ຂໍ້ມູນຂອງບໍລິສັດໜຶ່ງ ກັບບໍລິສັດອື່ນ.
3. ການສົ່ງຂໍ້ມູນໃຫ້ AI
- ເພື່ອໃຫ້ AI ເຮັດວຽກ, ຂໍ້ຄວາມຂອງຄຳຮ້ອງ ແລະ ຄວາມຮູ້ທີ່ກ່ຽວຂ້ອງ ຈະຖືກສົ່ງໄປຫາຜູ້ໃຫ້ບໍລິການ AI ທີ່ບໍລິສັດເລືອກ ດ້ວຍ API key ຂອງບໍລິສັດເອງ.
- ການຈັດການຂໍ້ມູນຢູ່ຝັ່ງຜູ້ໃຫ້ບໍລິການ AI ເປັນໄປຕາມນະໂຍບາຍຂອງເຂົາເຈົ້າ. ບໍລິສັດຄວນຫຼີກລ່ຽງການໃສ່ຂໍ້ມູນທີ່ອ່ອນໄຫວເກີນຈຳເປັນ.
5. ຄວາມປອດໄພ
- ທຸກການເຊື່ອມຕໍ່ໃຊ້ HTTPS. ຂໍ້ມູນຂອງແຕ່ລະບໍລິສັດຖືກແຍກໃນຖານຂໍ້ມູນ ເພື່ອບໍ່ໃຫ້ບໍລິສັດໜຶ່ງເຫັນຂໍ້ມູນຂອງອີກບໍລິສັດ.
- Token ຂອງ Facebook ແລະ ລະຫັດລັບຂອງ 2FA ຖືກເຂົ້າລະຫັດ. ການເຂົ້າລະບົບຜິດຫຼາຍເທື່ອ ຈະຖືກລັອກຊົ່ວຄາວ.
- ສຳຮອງຂໍ້ມູນທຸກມື້ ແລະ ເກັບ backup ໄວ້ 14 ມື້.
6. ໄລຍະເວລາເກັບຂໍ້ມູນ
- ຂໍ້ມູນການເຮັດວຽກ: ຕະຫຼອດໄລຍະທີ່ບໍລິສັດໃຊ້ບໍລິການ, ຫຼື ຈົນກວ່າຈະຖືກລຶບ.
- ບັນທຶກການກະທຳ: 1 ປີ. ບັນທຶກການພະຍາຍາມເຂົ້າລະບົບ: 30 ມື້. Backup: 14 ມື້.
- ເອກະສານການເງິນ (ໃບແຈ້ງໜີ້ ແລະ ການຈ່າຍເງິນ) ອາດເກັບໄວ້ດົນກວ່ານັ້ນ ຕາມທີ່ກົດໝາຍບັນຊີກຳນົດ.
7. ສິດຂອງທ່ານ
- ທ່ານຂໍເບິ່ງ, ແກ້ໄຂ ຫຼື ລຶບຂໍ້ມູນສ່ວນຕົວຂອງທ່ານໄດ້ ຜ່ານຜູ້ດູແລລະບົບຂອງບໍລິສັດທ່ານ ຫຼື ຕິດຕໍ່ພວກເຮົາ.
- ຜູ້ດູແລລະບົບສົ່ງອອກຂໍ້ມູນທັງໝົດຂອງບໍລິສັດໄດ້ທຸກເວລາ, ແລະ ຂໍໃຫ້ລຶບບໍລິສັດ ພ້ອມຂໍ້ມູນທັງໝົດໄດ້ ເມື່ອເລີກໃຊ້.
9. ການປ່ຽນແປງນະໂຍບາຍ
- ພວກເຮົາອາດປັບປຸງນະໂຍບາຍນີ້. ວັນທີປັບປຸງລ່າສຸດສະແດງຢູ່ເທິງສຸດ. ການປ່ຽນແປງທີ່ສຳຄັນ ຈະແຈ້ງໃຫ້ຜູ້ດູແລລະບົບຮູ້ລ່ວງໜ້າ.
ຕິດຕໍ່ພວກເຮົາ
- ຜູ້ໃຫ້ບໍລິການ
- MeeQbit
- ເວັບໄຊ
- ai.meeqbit.com